ຕົ້ນດອກຈຳປາ
ດອກໄມ້ຢູ່ໃນແຕ່ລະປະເທດມີຫຼາກຫຼາຍຊະນິດ ແຕ່ມີພຽງດອກໄມ້ຊະນິດໃດໜຶ່ງເທົ່ານັ້ນ ທີ່ບາງປະເທດຖືວ່າເປັນດອກໄມ້ປະຈຳຊາດຂອງຕົນເອງ ຫຼື ເປັນສັນຍາລັກຂອງຊາດ. ປະເທດລາວ ກໍໄດ້ຖືເອົາດອກຈຳປາ ເປັນສັນຍາລັກ ຫຼື ເປັນດອກໄມ້ປະຈຳຊາດ ດັ່ງທີ່ ພວກເຮົາ ເຄີຍໄດ້ຍິນ ແລະ ໄດ້ຮ້ອງເພັງ “ດອກຈຳປາ” ມາໄດ້ຫຼາຍທົດສະວັດແລ້ວ, ເນື້ອໃນບາງຕອນ ກໍໄດ້ບົ່ງບອກ ສັນຍາລັກ ດັ່ງກ່າວມານີ້ແທ້: ໂອ ດວງຈຳປາ ບຸບຜາເມືອງລາວ
ງາມດັ່ງດວງດາວ ຊາວລາວເພິ່ງໃຈ
ເກີດຢູ່ພາຍໃນ ແດນດິນລ້ານຊ້າງ ...
ດອກຈຳປາ ມີຊື່ ວິທະຍາສາດວ່າ “Plumeria rubra”, ຊື່ທົ່ວໄປ ເປັນພາສາອັງກິດFrangipanii tree, Temple tree, West Indian Jasmine ເຊິ່ງມີຕົ້ນກຳເນີດມາຈາກເຂດຮ້ອນຂອງທະວີບອະເມລິກາ ດັ່ງ ອະເມລິກາພາກກາງນັ້ນເອງທີ່ກວມເອົາປະເທດ ແມກຊີໂກນຳດ້ວຍ.ໃນປະເທດລາວເຮົາ ດອກຈຳປາ ເປັນດອກໄມ້ ທີ່ພົບເຫັນແຕ່ເໜືອຕະ
ຫຼອດໃຕ້ຄືຕັ້ງແຕ່ແຂວງ ຜົ້ງສາລີ ຈົນມາຮອດ ແຂວງຈຳປາສັກ. ດອກຈຳປາ ມີລຳຕົ້ນສູງປະມານ 6-12 ແມັດ,ແຕກກ່ິງງ່າ ຄົດໂງ ພໍສົມຄວນ, ທຸກສ່ວນມີນ້ຳຢາງສີຂາວ,ດອກ ມີລັກສະນະເປັນຊໍ່ໃຫຍ່ເຕົ້າໂຮມກັນຢູ່ທີ່ປາຍກິ່ງ, ດອກເປັນຮູບຈວຍ,ປາຍແຍກເປັນ 5 ກີບ ເຊິ່ງ
ແຕ່ລະກີບເອີ້ນວ່າ ກີບດອກ, ແຕ່ລະກີບດອກຊ້ອນເຫຼື່ອມກັນ, ມີຫຼາຍສີໃນດອກດຽວກັນ ເຊັ່ນ ສີຂາວ ເຊິ່ງເພິ່ນມັກເຫັນຢູ່ແຄມດ້ານນອກຂອງກີບດອກ, ຖັດເຂົ້າໄປຂ້າງໃນຂອງກີບດອກ ມີລັກສະນະເປັນສີເຫຼືອງ ແລະເຫຼືອງເຂັ້ມ ເມື່ອລົງຮອດໃຈກາງຂອງດອກ. ຢູ່ພື້ນຂອງກີບດອກ ພົບວ່າມີສີແດງ,ສີບົວ ແຊກຢູ່ກັບສີຂາວ. ດອກມີກິ່ນຫອມ ແບບທຳມະຊາດ ຕະລອດທັງວັນ, ບໍ່ຫ່ຽວງ່າຍ, ເລີ້ມອອກດອກ ກ່ອນປີໃໝ່ລາວ ແລະ ໂດຍທົ່ວໄປ ດອກອອກກ່ອນໃບ. ນອກຈາກນັ້ນ ຍັງເປັນພືດທີ່ບໍ່ມັກເປັນພະຍາດ ແລະ ບໍ່ຄ່ອຍມີມອດ ແມງມາລົບກວນ. ບາງຄັ້ງ ຜູ້ຄົນຫຼົງດອກລັ່ນທົມ ເຊິ່ງມີຊື່ວິທະຍາສາດວ່າ “Plumeria obtusa” ເປັນດອກຈຳປາ ເພາະໃນຕົວຈິງ ຕົ້ນດອກໄມ້ສອງຊະນິດນີ້ກໍມີລັກສະນະໄກ້ຄຽງກັນຫຼາຍ ແຕ່ຖ້າສັງເກດຄັກໆ ກໍພໍຈຳແນກໄດ້ ດັ່ງ ຕົ້ນດອກລັ່ນທົມ ມີໃບແຜ່ກວ້າງ

ຢູ່ສ່ວນປາຍຫຼາຍກວ່າສ່ວນກົກຂອງແຜ່ນໃບ (ຮູບໄຂ່ປີ້ນ) ແລະ ອອກສີຂຽວເຂັ້ມ,ແຜ່ນໃບເຫຼື້ອມ. ກີບດອກລັ່ນທົມ
ອອກສີຂາວຈະແຈ້ງ ກວ່າດອກຈຳປາ, ກີບດອກບໍ່ຊ້ອນເຫຼື່ອມກັນ, ທັງດອກກໍ່ໃຫຍ່ກວ່າ ແລະປາຍກີບດອກແອນ ແລະ
ໂກບເຂົ້າຫາຕີນດອກເຫັນຢ່າງແຈ່ມແຈ້ງ. ໃນທ້ອງຕະຫຼາດ ກໍມີການພັດທະນາ ຫາພັນປະສົມໄປເລື້ອຍໆເຮັດໃຫ້ຜູ້ຄົນ
ສັບສົນໄປຕາມໆກັນ. ເພ່ິນນິຍົມປູກດອກຈຳປາ ໄວ້ເປັນດອກໄມ້ປະດັບ ຕາມສະຖານທີ່ສາທະລະນະຕ່າງໆ ເຊັ່ນ
ຢູ່ຕາມວັດວາອາຮາມ, ດັ່ງ ໃນກໍລະນີຢູ່ຕາມເດີ່ນຂອງ ວັດພູ ແຂວງຈຳປາສັກ; ໃນໄລຍະໃໝ່ ກໍໄດ້ມີການນິຍົມ
ປູກຕາມແຄມຖະໜົນ ຫົນທາງ ແລະສະຖານທ່ີລັດຖະການ ອີກດ້ວຍ. ການປູກຕົ້ນດອກຈຳປາເປັນພືດປະດັບ
ໃນເດີ່ນບ້ານເດີ່ນສວນຂອງຊາວລາວ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ອັນເຮັດໃຫ້ພັນດອກຈຳປາ ປຸງແຕ່ງ ຫຼື ພັນຊອດ
ຂະຫຍາຍຕົວຫຼາຍຂຶ້ນ ໃນຊຸມທົດສະວັດຫຼັງມານີ້.ນັບແຕ່ບູຮານນະການມາ ຊາວລາວທັງຫຼາຍ
ນຳໃຊ້ດອກຈຳປາ ປະສົມກັບນ້ຳຫອມເພື່ອສົງພະ ໃນໂອກາດປີໃໝ່ລາວ,ໃຊ້ປະດັບປະດາພາຂວັນ, ຮ້ອຍ ຫຼື ແຊມ
ໃສ່ເກົ້າຜົມ ໃນເວລາມີງານສະແດງສິນລະປະ ໂດຍສະເພາະ ແມ່ນການຟ້ອນ“ດອກຈຳປາ” ຢູ່ຕາມພິທີທາງການ ຕ່າງໆ ເຊັ່ນໃນພິທີຮັບແຂກບ້ານ ແຂກເມືອງ,ໃນໂຮງຮຽນຫຼື ບ່ອນອື່ນໆ, ຮ້ອຍເປັນ-ພວງມາໄລ ເພື່ອນຳມາຄ້ອງຄໍໃຫ້ແກ່ແຂກ
ບ້ານແຂກເມືອງ ທີ່ມາຢ້ຽມຢາມ, ຄ້ອງຄໍໃຫ້ແກ່ເຈົ້າສາວ ເພື່ອຈອງເປັນຄູ່ຟ້ອນລຳວົງຕາມງານ ບຸນປະເພນີຕ່າງໆ. ນອກຈາກນັ້ນ
ດອກຈຳປາ ຍັງຖືກນຳໃຊ້ເປັນສະໝູນໄພເຊັ່ນວ່າ ຝັກ ຖືກນຳໃຊ້ ຝົນທາແກ້ລິດສະດວງທວານໜັກ.ເປືອກຂອງຕົ້ນ ໃຊ້ປະສົມກັບນ້ຳໝາກພ້າວ,
ກັບນ້ຳນົມເຂົ້າ ເພື່ອແກ້ອາການຖອກທ້ອງ, ຂັບຖ່າຍປັດສະວະ ແລະປະຈຳເດືອນ, ແກ້ອາການໄຂ້. ດອກ ມີລົດຂົມ ໃຊ້ປະສົມໃບພູກິນແກ້ໄຂ້
ມາລາເລຍ.ສ່ວນຮາກ ມີລົດຂົມ ເປັນຢາຖ່າຍ ແກ້ໂລກໜອງໃນ, ໂລກໄຂຂໍ້ອັກເສບ ແລະ ຂັບລົມດັ່ງນີ້ເປັນຕົ້ນ. |
No comments:
Post a Comment